Tingting POS
Point of sale for Lao businesses ລະບົບຂາຍໜ້າຮ້ານ ສຳລັບທຸລະກິດລາວ

The shop system built for small businesses in Laos ລະບົບຮ້ານຄ້າ ທີ່ສ້າງມາສຳລັບ ທຸລະກິດລາວ

Sell, keep stock right, pay your staff and answer customer chats — in one app that keeps working when the internet drops. ຂາຍ, ຈັດການສະຕັອກ, ຈ່າຍເງິນເດືອນພະນັກງານ ແລະ ຕອບແຊັດລູກຄ້າ — ໃນແອັບດຽວ ໃຊ້ວຽກໄດ້ຕໍ່ ເຖິງວ່າອິນເຕີເນັດຈະຂາດ.

Free to download · Lao, Thai, English and Chinese ດາວໂຫຼດຟຣີ · ພາສາລາວ, ໄທ, ອັງກິດ ແລະ ຈີນ

Tingting POS home screen showing today's sales, deliveries and the chat assistant

Everything a shop runs on, in one place ທຸກຢ່າງທີ່ຮ້ານຕ້ອງໃຊ້ ຢູ່ໃນບ່ອນດຽວ

Built with shop owners in Vientiane and the provinces, for the way Lao shops actually sell. ພັດທະນາຮ່ວມກັບເຈົ້າຂອງຮ້ານ ໃນນະຄອນຫຼວງ ແລະ ຕ່າງແຂວງ ຕາມວິທີຂາຍຈິງຂອງຮ້ານລາວ.

Point of sale & receiptsຂາຍໜ້າຮ້ານ ແລະ ພິມບິນ

Fast checkout with barcode scanning, discounts and debt tracking. Lao-language receipts on Bluetooth thermal printers, plus product labels. ຂາຍໄວ ສະແກນບາໂຄດ, ສ່ວນຫຼຸດ ແລະ ຕິດຕາມໜີ້. ພິມບິນພາສາລາວ ດ້ວຍເຄື່ອງພິມຄວາມຮ້ອນ Bluetooth ແລະ ພິມສະຕິກເກີສິນຄ້າ.

Stock across branchesສະຕັອກ ຫຼາຍສາຂາ

Stock per branch and warehouse, transfers, purchase orders and stock counts — every sale updates the count on every device. ສະຕັອກແຍກຕາມສາຂາ ແລະ ສາງ, ໂອນສິນຄ້າ, ໃບສັ່ງຊື້ ແລະ ນັບສະຕັອກ — ຂາຍແລ້ວຈຳນວນອັບເດດທຸກເຄື່ອງ.

Staff, attendance & payrollພະນັກງານ, ເຂົ້າວຽກ ແລະ ເງິນເດືອນ

Check-in with a selfie at the shop, shift review, leave requests, and payroll by pay period with a permanent payment history. ເຂົ້າວຽກດ້ວຍການຖ່າຍຮູບຢູ່ຮ້ານ, ກວດກະ, ຂໍລາພັກ ແລະ ຈ່າຍເງິນເດືອນຕາມງວດ ພ້ອມປະຫວັດການຈ່າຍທີ່ລົບບໍ່ໄດ້.

Expenses & profitລາຍຈ່າຍ ແລະ ກຳໄລ

An expense book, profit and loss and cash flow for each branch, and a finance assistant that answers questions about your numbers. ບັນຊີລາຍຈ່າຍ, ກຳໄລ-ຂາດທຶນ ແລະ ກະແສເງິນສົດ ແຍກຕາມສາຂາ ພ້ອມຜູ້ຊ່ວຍການເງິນທີ່ຕອບຄຳຖາມກ່ຽວກັບຕົວເລກຂອງຮ້ານ.

Customer chat inboxກ່ອງແຊັດລູກຄ້າ

Messages from the shop's Facebook Page and WhatsApp Business number in one inbox, with an optional assistant that drafts replies and turns chats into orders. ຂໍ້ຄວາມຈາກເພຈ Facebook ແລະ WhatsApp Business ຂອງຮ້ານ ລວມໃນກ່ອງດຽວ ພ້ອມຜູ້ຊ່ວຍຕອບ (ເປີດ-ປິດໄດ້) ທີ່ຊ່ວຍປິດອໍເດີ້ຈາກແຊັດ.

STOR marketplaceຕະຫຼາດ STOR

List products on STOR, Tingting's marketplace feed, and receive buyer orders straight into the shop's order list. ລົງສິນຄ້າໃນ STOR ຕະຫຼາດອອນລາຍຂອງ Tingting ແລະ ຮັບອໍເດີ້ຈາກຜູ້ຊື້ ເຂົ້າລາຍການອໍເດີ້ຂອງຮ້ານໂດຍກົງ.

Works offline, syncs when back onlineໃຊ້ໄດ້ບໍ່ມີອິນເຕີເນັດ ຊິງຄ໌ເມື່ອກັບມາອອນລາຍ Several shops and branches per ownerຫຼາຍຮ້ານ ຫຼາຍສາຂາ ໃນບັນຊີດຽວ Staff permissions by roleກຳນົດສິດພະນັກງານຕາມຕຳແໜ່ງ

Inside the appພາຍໃນແອັບ

Selling screen with product bundles and cart
Sellingຂາຍສິນຄ້າ
Product and bundle list
Products & bundlesສິນຄ້າ ແລະ ຊຸດ
Customer chat inbox with Facebook and STOR conversations
Customer chatsແຊັດລູກຄ້າ
Business dashboard with sales, costs and staff summary
Business dashboardພາບລວມທຸລະກິດ
Chat assistant settings with Facebook Page connection
Assistant settingsຕັ້ງຄ່າຜູ້ຊ່ວຍຕອບ

Who we areພວກເຮົາແມ່ນໃຜ

Tingting POS is developed and operated by ACheetah Trading Import-Export Sole Co., Ltd, a company registered in Vientiane Capital, Lao PDR. Tingting POS ພັດທະນາ ແລະ ດຳເນີນງານໂດຍ ບໍລິສັດ ອາຊິຕ້າ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຈົດທະບຽນຢູ່ນະຄອນຫຼວງວຽງຈັນ ສປປ ລາວ.

Companyຂໍ້ມູນບໍລິສັດ

Legal nameຊື່ບໍລິສັດ
ACheetah Trading Import-Export Sole Co., Ltd
ບໍລິສັດ ອາຊິຕ້າ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ
Enterprise codeເລກທະບຽນວິສາຫະກິດ
01-00031844
Addressທີ່ຢູ່
Dontiw Village, Xaythany District, Vientiane Capital 01000, Lao PDR ບ້ານດອນຕິ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ 01000, ສປປ ລາວ
Emailອີເມວ
admin@tingtingpos.app
Supportຊ່ວຍເຫຼືອ
WhatsApp +856 20 7700 0079

Privacy & termsຄວາມເປັນສ່ວນຕົວ ແລະ ເງື່ອນໄຂ

Privacy requests are answered within 30 days at admin@tingtingpos.app. ຄຳຮ້ອງກ່ຽວກັບຂໍ້ມູນສ່ວນຕົວ ຕອບພາຍໃນ 30 ວັນ ທີ່ admin@tingtingpos.app.